ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ II


    ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ II ແລະ ວາງທິດທາງແຜນການ ໄຕມາດ III ປະຈຳປີ 2023 ຂອງບັນດາກົມກອງ
ເຂດ VIII ຢູ່ອ້ອມຂ້າງກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນ, ໃນວັນທີ 25 ກໍລະກົດນີ້, ທີ່ວິທະຍາຄານການແພດກອງທັບ ໂດຍການເປັນປະທານ
ຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະ
ບັນຊາ ວິທະຍາຄານການແພດກອງທັບ, ກອງພັນໃຫຍ່ 279, ກອງພັນໃຫຍ່ 605, ກອງພັນໃຫຍ່ 641, ກອງພັນໃຫຍ່ 661, ຫ້ອງການ
ປກຊ-ປກສ ສູນກາງ, ກົມວິທະຍາສາດ-ປະຫວັດສາດ ການທະຫານກອງທັບ, ວິທະຍາຄານເຕັກນິກການທະຫານ, ໂຮງຮຽນທິດສະດີການເມືອງ
ກອງທັບ, ໂຮງໝໍສູນກາງ 103 ກອງທັບ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ແລະ
ກົມຄົ້ນຄວ້າສັງລວມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ໃນກອງປະຊຸມຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ພັດປ່ຽນກັນລາຍງານ ສະພາບການ ຈັດຕັ້ງປະຕິບັດວຽກງານຮອບດ້ານປີ່ນອ້ອມ 4
ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ໃນໄລຍະ 3 ເດືອນຜ່ານມາ, ເຫັນວ່າຄະນະພັກ-ຄະນະບັນຊາ ແຕ່ລະກົມ
ກອງ ໄດ້ເປັນເຈົ້າການຊີ້ ນໍາ-ນໍາພາ ເຄື່ອນໄຫວວຽກງານ ຕາມພາລະບົດບາດ ຂອງກົມກອງ ສາມາດເຮັດສໍາເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງ
ຂັ້ນເທິງມອບໝາຍໃຫ້, ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນກົກໂດຍຕິດພັນກັບທຸກຂົງເຂດ
ວຽກງານ, ໄດ້ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການເມືອງ ສົມທົບແໜ້ນກັບອໍານາດການປົກຄອງທ້ອງຖິ່ນເຄື່ອນໄຫວເຮັດວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຂອບເຂດຂອງແຕ່ລະກົມກອງຮັບຜິດຊອບ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ.

     ພ້ອມກັນນັ້ນ, ກໍ່ໄດ້ເປັນເຈົ້າການຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ ຕ່າງໆບໍ່ໃຫ້ເກີດຂຶ້ນພາຍໃນກົມກອງ ເຮັດໃຫ້ສະພາບການ
ເມືອງ ພາຍໃນມີຄວາມໜັກແໜ້ນເຂັ້ມແຂງ, ສ່ວນບັນດາວິທະຍາຄານ ແລະ ໂຮງຮຽນ ກໍໄດ້ເອົາໃຈໃສ່ ປະຕິບັດໂຄງການຫຼັກສູດການຮຽນ-ການ
ສອນໃຫ້ນັກຮຽນ-ນັກສຶກສາ ຕາມແຜນການຮັບປະກັນຄຸນນະພາບສູງ. ນອກຈາກນີ້, ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ຍັງໄດ້ເອົາໃຈໃສ່ຊີ້
ນຳ-ນຳພາພະນັກງານ-ນັກຮົບ ປະຕິບັດແຜນການອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2023 ໃຫ້ສໍາເລັດ
ຕາມຄາດໝາຍ ທີ່ວາງໄວ້.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສໍາເລັດ ທີ່ແຕ່ລະກົມກອງຍາດມາໄດ້ ໃນໄລຍະຜ່ານມາ,
ພ້ອມທັງໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ແລະ ພາກພື້ນ ທີ່ພວມຜັນແປໃນປັດຈຸບັນ ເຊິ່ງມີທັງສິ່ງເອື້ອອຳນວຍ ແລະ ສິ່ງທ້າທາຍທົດສອບຫຼາຍ
ປະການ, ໂດຍສະເພາະຢູ່ລາວ ເຮົາແມ່ນພວມປະເຊີນໜ້າກັບ ບັນຫາເສດຖະກິດ ເຊິ່ງໄດ້ສົ່ງຜົນກະທົບຫຼາຍດ້ານ, ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ຄະນະພັກ-
ຄະນະບັນຊາ ແຕ່ລະກົມກອງເອົາໃຈໃສ່ເຮັດວຽກສຶກສາອົບຮົມການເມືອງນໍາພາແນວຄິດ ຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນ
ອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຂອບເຂດກົມກອງຮັບຜິດຊອບ ໃຫ້
ມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ ຊີ້ນໍາ-ນຳພາ ປະຕິບັດແຜນການ ອົບຮົມ-ຫັດແອບ ໃຫ້ພະນັກງານ-ນັກຮົບ ມີຄວາມຊໍານານຄ່ອງແຄ້ວ
ທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະ ຂອງແຕ່ລະເຫຼົ່າຮົບ, ພ້ອມນີ້ຕ້ອງເອົາໃຈໃສ່ເພີ່ມທະວີການ ນໍາພາ-ຊີ້ນຳ ເຮັດໃຫ້ສະພາບມີຄວາມ
ສະຫງົບ ແນໃສ່ສ້າງກົມກອງ ປອດໃສ, ປອດໄພ, ປອດຄະດີ, ຕິດພັນ ກັບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ພົວພັນຮ່ວມ
ມືກັບເພື່ອນມິດຍຸດທະສາດ ໃນການຍາດແຍ່ງເອົາບົດຮຽນທີ່ດີ, ແຫຼ່ງທຶນຕ່າງໆ ມາພັດທະນາກົມກອງ ຕິດພັນກັບການສ້າງກອງທັບ ໃຫ້ມີແບບ
ແຜນທີ່ທັນສະໄຫມ ເທື່ອລະກ່າວ.


ວັນທີ 26/07/2023